web analytics
ชีวประวัติ

ປະຫວັດຫຍໍ້ ພຣະອາຈານຊາຄຳແດງ

ປະຫວັດຫຍໍ້ : ພຣະອາຈານຊາຄຳແດງ

ເປັນພຣະນັກປະຕິບັດສາຍວິປັສນາກັມມັດຖານປະຕິບັດຊານເຕໂຊທາດ ຕາມປະຫວັດ ແມ່ນພຣະອາຈານໄດ້ ເຂົ້າຄອງວິປັດສະນາທີ່ວັດມະຫາພຸດທະວົງສາປ່າຫຼວງ ນຳພຣະເດດພຣະຄຸນຍາທ່ານມະຫາປານ ອະນັນໂທ, ເປັນພຣະຄອງວິປັສສະນາ ແຫ່ງພຣະຣາຊະອານາຈັກລາວ ພຣະອາຈານຊາຄຳແດງໄດ້ພັກຢູ່ທີ່ວັດພຣະທາດຫຼວງເໜືອ ມະຫາກຸດີ ນຳຍາທ່ານສົມເດັດອັຄະມະຫາບັນດີດ ລູກແກ້ວ(ຄູນ ມະນີວົງ) ພຣະສັງຄະນາຍົກ ແຫ່ງພຣະຣາຊະອານາຈັກລາວ.

– ຫຼັງຈາກນັ້ນກໍໄດ້ອອກປິກວິເວກ ປະຕິບັດວິປັດສະນາກັມມັຕຖານ ທີ່ພຸເຂົາຄວາຍ ໄດ້ສຳເຣັດຊານຂັ້ນໜຶ່ງ ແລ້ວລົງໄປຢູ່ບ້ານທ່າໝາກ ເຫັບ ເມືອງນາຄະບູຣີ ແຂວງສີທັນດອນ ສ້າງວັດທີ່ນັ້ນ ໄດ້ອອກສຶບຕໍ່ສະແຫວງຫາທັມ ທີ່ຖ້ຳແກ້ວທັມມະຣິດ ພູສາຣະແພຄອນແຮ່ ໄດ້ສຳເຣັດທັມຂັນສູງສຸດຢູ່ທີ່ນັ້ນ, ກ່າວວ່າຊານທີ່ທ່ານສຳເຣັດນັ້ນ ຊື່ວ່າເຕໂຊທາດ ສາມາດແປງກາຍ ຫາຍໂຕໄດ້ ເປັນຜູ້ມີຣິດ ຕອນທີ່ທ່ານພຣະອາຈານຊາຄຳແດງສຳເຣັດຊານນັ້ນ ສະມະນະສັກຂອງເພີ່ນໄດ້ພຽງຊາ(ພຣະອາຈານຊາ) ຊື່ສຽງເພິ່ນໂດ່ງດັງພຽງຕອນເປັນ ພຣະຊານັ້ນ ຄົນທັງຫຼາຍຈຶ່ງຮຽກຊື່ວ່າ ພຣະອາຈານຊາຄຳແດງ ມາແຕ່ບັດນັ້ນ ແຕ່ຄວາມຈິງ ຫຼັງຈາກນັ້ນ ເພິ່ນກໍໄດ້ຖືກຫົດສົນຈົນເປັນພຣະຄຣູ ແລະແຖມສົມພານຫຼາຍຫຼາບ ແຕ່ຄົນທັງຫຼາຍຍັງຮຽກເພິ່ນວ່າຊາຢູ່ຢ່າງນັ້ນ.

12079536_974338919296111_4425341125565578550_n

– ພຣະອາຈານຊາຄຳແດງ ໄດ້ເປິດສຳນັກວິປັສສະນາກັມມັດຖານ ທີ່ວັດທ່າໝາກເຫັບ ຈຶ່ງມີພຣະສົງສາມະເນນ ຕລອດທັງຍາດໂຍມ ໄປຮຽນນຳເພີ່ນ ບໍ່ວ່າປະຊາຊົນທຳມະດາ ຈົນຮອດເຈົ້ານາຍທັງມວນ.
– ລູກສິດຂອງພຣະອາຈານຫຼາຍອົງຫຼາຍທ່ານ ແຕ່ທີ່ຖືວ່າ ເປັນລູກສິດທີ່ສືບທອດເຈຕນາຣົມ ແລະໄດ້ດັ່ງທ່ານມີນັ້ນ ມີພຣະ 3 ອົງຄື:

1. ພຣະອາຈານຊາໄສ (ວັດດອນທໍຣະທີ) ສິກແລ້ວແຕ່ປີ 1982 ຍັງມີຊີວິດ ແລະບຳເພັງທັມຢູ່ເໝືອນກັບພຣະສົງ ທີ່ບ້ານນັ້ນ.

2. ພຣະອາຈານຊາສູດ (ບ້ານດອນສົ້ມໂຮງ) ສິກປີ 1976 ຍັງມີຊວິດຢູ່ ແຕ່ປະຕິບັດທັມດັ່ງກັບພຣະ ຢູ່ບ້ານດັ່ງກ່າວນັ້ນ.

3. ພຣະອາຈານຊາໂງນ (ພຣະຄຣູບຸນທອງ ວິປະໄຊຍ໌) ສ້າງວັດພູກິ່ງແກ້ວ ຫາດຊາຍຄູນ (ປັດຈຸບັນຢູ່ວັດໜອງດ້ວງ ແລະວັດນາຄູນ) ດ້ວຍເຫດຜົນທາງສຸຂະພາ®ຕ້ອງຢູ່ໃກ້ໝໍ ແຕ່ກໍນຳພາຍາດໂຍມສ້າງມະຫາກຸສົນຢ່າງຕໍ່ເນື່ອງ.

– ລູກສິດທີ່ຮຽນ ແລະເຂົ້າຄອງກັມມັດຖານນັ້ນ ທີ່ເປັນພໍ່ອອກນັ້ນ ເຂົາວ່າມີຫຼາຍທ່ານ ແຕ່ເທົ່າທີ່ຮູ້ ແລະຮູ້ປະວັດດີຄື ທ່ານນາຍຄຣູພັນ ຊາລີຈັນ ເກີດບ້ານ ແສນໃຕ້ ຕາແສງເມືອງແສນ ເມືອງໂຂງ(ແຂວງສີທັນດອນ) ແຂວງຈຳປາສັກ, ແຕ່ຍ້າຍຂຶ້ນມາຢູ່ນະຄອນຫຼວງວຽງຈັນ ສອນຢູ່ ໂຮງຮຽນເພັຍວັດ ແລະສຸດທ້າຍເປັນຄະນະສຶກສາກຳແພງນະຄອນ ມໍຣະນະກັມ ເມື່ອປິ 2002 ທີ່ບ້ານສະພານທອງ.

– ລູກສິດອີກທ່ານໜຶ່ງ ທີ່ເປັນລູກສິດຫົວແກ້ວຫົວແຫວນຂອງທ່ານອາຈານຊາຄຳແດງ ທີ່ຮຽນໃນສະໄໝຍັງເປັນພໍ່ອອກ ພາຍຫñù¤ໄດ້ບວດ ຄື ພຣະອາຈານພໍ່ເຖົ້າສິງ ບ້ານດອນຮີນ້ອຍ ເມືອງໂຂງແຂວງຈຳປາສັກ (ຢູ່ວັດຫາງດອນຮີ ແລະໄກ້ມໍລະນະພາບແລ້ວ ປະມານປີ 1993) ທ່ານພຣະອາຈານພໍ່ເຖົ້າສິງນີ້ ເປັນອາຈານຂອງຜູ້ຂຽນເອງ ເຂົ້າຄອງວິປັດສະນານຳເພີ່ນແຕ່ອາຍຸ 14 ປິ ແລະພຣະອາຈານຊາໂງນນີ້ ກໍເປັນອາຈານຂອງຜູ້ຂຽນ ອີກເຊັ່ນກັນ ເຂົ້າຄອງນຳເພີ່ນທີ່ວັດກາງໂຂງ ໃນໄລຍະດຽວກັນ ຄື ປິ 1980-1984 ຄືຜູ້ຂຽນຈະເຂົ້າຄອງນຳ ອາຈານທັງສອງນີ້ ຄືຍາມກາງພັນສາເຂົ້າຄອງກັບອາານພໍ່ເຖົ້າສິງຕະລອດ 3 ເດືອນ ບໍ່ເວັ້ນ ແລະຍາມອອກພັນສາເຂົ້າຄອງນຳພຣະອາຈານໃຫຍ່ຊາໂງນ ທີ່ວັດກາງໂຂງ ຈົນຮອດປີ 1984).

– ລູກສິດພຣະອາຈານຊາຄຳແດງໂດຍກົງ ທັງເປັນລູກສິດຂອງຍາທ່ານປານ ອະນັນໂທດ້ວຍ ທີ່ຮຽນນຳອາຈານຊາຄຳແດງ ໂດຍກົງຕອນເປັນພໍ່ອອກແມ່ນ ອາຈານພໍ່ເຖົ້າສີ ບ້ານຂີ້ນາກຫີນຮອງ ປັດຈຸບັນຢູ່ທີ່ວັດຫາດຊາຍຄູນນອກ ເມືອງໂຂງ ຮຽນນຳເພິ່ນຕອນເປັນພໍ່ອອກໃນທີ່ສຸດ ກໍອອກບວດ ທັງຜົວທັງເມັຍ ຊື່ວ່າແມ່ຂາວແດງ ຕອນຍັງໜຸ່ມຕ້ອງມາປະຈຳຢູ່ທີ່ວັດສີສັງວອນ ເພື່ອບໍ່ຢູ່ໃກ້ກັນ ແຕ່ປັດຈຸບັນຢູ່ວັດພູກິ່ງແກ້ວ ກອງມະນີຫາດຊາບຄູນ.

– ລູກສິດທີ່ກ່າວມານັ້ນ ຖືວ່າເປັນສິດເອກ ຂອງພຣະອາຈານຊາຄຳແດງ ສ່ວນທີ່ເປັນພຣະສົງນັ້ນ ລູກສິດເອກະຂອງເພິ່ນນັ້ນ ຈະຮຽກ ນາມນຳໜ້າວ່າ (ຊາ) ໝົດທຸກອົງ ດ້ວຍເຫດວ່າ ອາຈານເປັນພຽງຊາ ລູກສິດເຖິງເປັນຄຣູ ກໍຕາມ ແຕ່ບໍ່ກ້າໃຊ້ສະມະນະສັກເກີນອາຈານ ດ້ວຍເຫດນັ້ນ ພຣະອາຈານທັງສາມ ຈຶ່ງມີຊື່ທາງສະມະນະສັກພຽງຊາ ເທົ່ານັ້ນ.

ເນື້ອໃນໄດ້ຈາກ : ສະມາຄົມພຮະເຄືອງພຮະບູຊາລາວ

12027618_974339645962705_7156181309052696732_n

ขอขอบคุณเนื้อหาจาก Art and Culture of Laos

Facebook Comments
แบ่งปันลิงค์นี้ :